tony's avatar
tony
luangrath@nostrplebs.com
npub16z7j...6hhr
Freedom.
tony's avatar
tony 1 year ago
☀☕ GM! ສະບາຍດີຕອນເຊົ້າ #bitcoiner ແລະ #nostriches #laostr 🇱🇦
tony's avatar
tony 1 year ago
“ຈົ່ງຮູ້ຄຸນຄ່າຂອງຕົວເອງ” #Value4Value #V4V
tony's avatar
tony 1 year ago
Hey @fiatjaf ! Can you help me fix this? Why isn't there support for Lao language and emojis (not just emoticons) in Instant View when njump.me links are shown on Telegram? Even rn, there aren't many Lao folks here on Nostr. I wanna get them onboard. #nostr #grownostr #laostr 🇱🇦 image
tony's avatar
tony 1 year ago
Am I the solitary Lao folk present in #nostr, am I not? #laostr 🇱🇦
tony's avatar
tony 1 year ago
ຕອນນີ້ຫາກໍຈັດສັນເວລາມາໄລ່ເບິ່ງ #OsloFF2024 @jack ເວົ້າໄດ້ດີຫຼາຍ ມີຄວາມໝາຍຄວາມສໍາຄັນຢ່າງຍິ່ງຕໍ່ກັບສື່ສັງຄົມອອນລາຍໃນປັດຈຸບັນ. ລາວເນັ້ນໜັກເຖິງບາດກ້າວທີ່ສໍາຄັນຂອງການນໍາໃຊ້ຊອຟແວລະບົບເປີດ, ປະຊາຊົນສາມາດຫັນການຄຸ້ມຄອງຂໍ້ມູນແບບເປັນເຈົ້າຕົວເອງ, ແລະ ຍັງເວົ້າເຖິງການນໍາໃຊ້ແນວຄວາມຄິດທີ່ສ້າງສັນແບບບໍ່ມີສູນກາງໃດປິດກັ້ນ ກໍສ້າງຜົນປະໂຫຍດມາແລ້ວນັບບໍ່ຖ້ວນໃຫ້ແກ່ສັງຄົມ. ດັ່ງນັ້ນ, ບົດບາດຂອງການສົ່ງເສີມການກະຈາຍອໍານາດ ຈຶ່ງເປັນສິ່ງທີ່ພວກເຮົາຕ້ອງໃຫ້ຄວາມໃສ່ໃຈໃຫ້ຫຼາຍຂຶ້ນໃນຍຸກປັດຈຸບັນ ເພື່ອຕ້ານການຮຸກຮານທຸກຮູບແບບ ບໍ່ວ່າຈະເປັນຫົວໜ່ວຍທຸລະກິດ ແລະ ຈາກພາກລັດທີ່ມີຈຸດຜິດພາດພຽງຈຸດດຽວ ຄື ການລວມສູນ. ຄວາມຕັ້ງໃຈຂອງ @jack ທີ່ອຸທິດຕົນພັດທະນາ #bluesky ແຍກຈາກ #twitter ແລ້ວກໍຕັດສິນໃຈລາອອກມາ ຍ້ອນຂັດຕໍ່ສິ່ງທີ່ຫວັງຈະຕໍ່ຍອດຕັ້ງແຕ່ຕົ້ນ, ແລະ ຫັນມາຊອກລະດົມທຶນໃຫ້ການສະໜັບສະໜູນໂຄງການລິເລີ່ມກ່ຽວກັບສື່ສັງຄົມລະບົບເປີດ ເຊັ່ນ ໂປຣໂຕຄອລ #nostr ເປັນສິ່ງທີ່ສະແດງໃຫ້ເຫັນເຖິງ ອຸດົມການຂອງລາວໃນການສ້າງຜົນປະໂຫຍດຕໍ່ສັງຄົມ ຈາກ ອິນເຕີເນັດໃນປັດຈຸບັນທີ່ຖືກຄວບຄຸມໄປໝົດທຸກສິ່ງຢ່າງ ໃຫ້ກັບມາເປັນ ອິນເຕີເນັດສາທາລະນະ ທີ່ໃຜໆກໍສາມາດມີສ່ວນຮ່ວມໄດ້ເຊັ່ນດຽວກັບເມື່ອກ່ອນອີກຄັ້ງ. ການທີ່ແຕ່ລະບຸກຄົນ ສາມາດຫຼີກໜີຈາກອັລກໍລິທຶມໃນການສະໜອງຂໍ້ມູນທີ່ມັນສາມາດຄວບຄຸມສິ່ງທີ່ເຮົາເຫັນ, ສິ່ງທີ່ເຮົາຄິດໄດ້ນັ້ນ ໂດຍຂຶ້ນກັບບໍລິສັດທີ່ຜູກຂາດບາງລາຍໃນຕະຫຼາດ ແລ້ວຫັນມາເປັນເຈົ້າຂອງຂໍ້ມູນປະຈໍາຕົວທີ່ບໍ່ຂຶ້ນກັບໃຜ ຄື ສິ່ງທີ່ມະຫັດສະຈັນ; ເພື່ອຫຼຸດພົ້ນຈາກບັນຫາດັ່ງກ່າວ, ການແກ້ໄຂບັນຫາ ການຄົ້ນຫາຂໍ້ມູນດ້ວຍລະບົບເປີດ ຈາກອິດສະຫຼະທີ່ມອບທາງເລືອກໃຫ້ແກ່ປະຊາຊົນໃນການເລືອກອັລກໍລິທຶມການສະໜອງຂໍ້ມູນໄດ້ດ້ວຍຕົວເອງ ຫຼື ແມ່ນແຕ່ປິດມັນໄດ້ເລີຍ ຄືອໍານາດທີ່ຍິ່ງໃຫຍ່ ແລະ ຈໍາເປັນໃນການບໍລິໂພກຂໍ້ມູນຂ່າວສານ. ໂດຍລວມແລ້ວ, ການສົນທະນາຂອງ @jack ໃນຄັ້ງນີ້ ບໍ່ພຽງແຕ່ໃຫ້ຂໍ້ມູນທີ່ເປັນປະໂຫຍດ ແຕ່ຍັງໃຫ້ແຮງບັນດານໃຈ, ເຮັດໃຫ້ພວກເຮົາໄດ້ຄິດໄຕ່ຕອງຄືນໃໝ່ເຖິງຄວາມສໍາຄັນ ແລະ ເວລາທີ່ເຮົານໍາໃຊ້ໄປກັບເຕັກໂນໂລຊີໃນແຕ່ລະວັນ. #OsloFF #freedom 🕊 #laostr 🇱🇦